ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສາງອໍ3 ຮັບຮອງຄະນະພັກຮາກຖານຊຸດໃໝ່


     ສາງອໍ3 ໄດ້ຈັດຕັ້ງພິທີປະກາດຮັບຮອງຄະນະພັກຮາກຖານຊຸດໃໝ່ ພ້ອມທັງປະກາດຜູ້ສັ່ງການເອກຂັ້ນ3 ແລະ ເປີດບັ້ນດໍາເນີນຊີວິດການ
ເມືອງ ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີຂຶ້ນໃນຕົ້ນເດືອນ ຕຸລາ 2023 ທີ່ຜ່ານມານີ້, ໂດຍການເປັນປະ
ທານ ຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ກຳມະການຄະນະພັກກະຊວງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່
ເຕັກນິກກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາສາງອໍ3, ຫົວໜ້າພະແນກພະນັກງານກົມໃຫຍ່ເຕັກນິກກອງທັບ ຕະຫຼອດຮອດພະນັກ
ງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກພະນັກງານ ກົມໃຫຍ່ເຕັກນິກກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງຄະນະພັກ ກົມໃຫຍ່ເຕັກ
ນິກກອງທັບ ສະບັບເລກທີ 952/ຄພກຕນ, ລົງວັນທີ 13/ຕຸລາ/2023, ວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການ ຄະນະພັກຮາກ
ຖານສາງອໍ3, ຂອງກົມໃຫຍ່ເຕັກນິກກອງທັບ ອີງຕາມກົດລະບຽບຂອງພັກປະຊາຊົນລາວ ສະໄໝທີ XI ໝວດທີ II ມາດຕາ 13 ວ່າດ້ວຍການບົ່ງ
ຕົວ, ແຕ່ງຕັ້ງ, ຍົກຍ້າຍ ແລະ ສີ້ນສຸດ ເປັນກຳມະການຄະນະພັກ, ອີງຕາມຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານ ສາງອໍ3,
ຄະນະພັກກົມໃຫຍ່ເຕັກນິກກອງທັບອອກມະຕິຮັບຮອງ: ມາດຕາ 1 ແຕ່ງຕັ້ງ ສະຫາຍ ພັນໂທ ອໍາພອນ ພີມຄໍາພັນ ຫົວໜ້າການທະຫານ ເປັນເລ
ຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນເກີດ ສໍສະຫວັນ ຫົວໜ້າພະແນກພະລາ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນ
ທຽນ ໄທຄຳ ຫົວໜ້າພະແນກແຜນການ ເປັນກຳມະການ-ກວດກາປ້ອງກັນ, ສະຫາຍ ພັນໂທ ກິເພັດ ສໍສະຫວັນ ຫົວໜ້າພະແນກນາຍສາງ ເປັນ
ກຳມະການໂຄສະນາ-ອົບຮົມ, ສະຫາຍ ພັນຕີ ສິງມາ ເພຍໄຊ ຮອງການທະຫານ ເປັນກຳມະການ - ການຄັງ ແລະ ປະກາດຜູ້ສັ່ງການເອກຂັ້ນ 3
ໃນນີ້ໄດ້ຕົກລົງໃຫ້ ສະຫາຍ ພັນໂທ ອໍາພອນ ພີມຄໍາພັນ ຫົວໜ້າການທະຫານ ເປັນຜູ້ສັ່ງການເອກຂັ້ນ 3.

     ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ກໍ່ໄດ້ເຜິຍແຜ່ເຊື່ອມຊຶມເອກະສານ ເພື່ອເປັນການສຶກສາອົບຮົມການເມືອງ-ນໍາພາແນວ
ຄິດໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ສາງອໍ3 ເຫັນໄດ້ທາດແທ້ມູນເຊື້ອອັນສະຫງ່າງາມຂອງ ກອງທັບປະຊາຊົນລາວຕະຫຼອດ 75 ປີທີ່ຜ່ານມາ ແລະ
ພ້ອມທັງເນັ້ນໜັກໃຫ້ນາຍ ແລະ ພົນທະຫານ ເອົາໃຈໃສ່ຕັ້ງຫນ້າຝຶກຝົນຫອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິ
ທີເຮັດວຽກຂອງຕົນເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄວາມໝາຍ, ຄວາມສໍາຄັນ ແລະ ເນື້ອໃນທີ່ຕ້ອງໄດ້ຝຶກ
ຝົນຫລໍ່ຫລອມຕົນເອງ ແລະ ປັບປຸງແບບແຜນວິທີເຮັດວຽກໃນໄລຍະ  ໃໝ່ພ້ອມດຽວກັນນັ້ນ, ກໍ່ເປັນການປັບປຸງທາງດ້ານຄຸນທາດການເມືອງໃຫ້
ພະນັກງານ ນັກຮົບມີຄຸນ ສົມບັດສິນ ທຳປະຕິວັດ, ມີຄວາມຈົງຮັກພັກດີ, ຕໍ່ປະເທດຊາດ, ຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ດຳລົງຊີວິດປອດໃສ,
ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ອຸດົມການສັງຄົມນິຍົມ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່ ເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ຄຸນ
ສົມບັດສິນທໍາປະຕິວັດແມ່ນແບບແຜນການເຄື່ອນ ໄຫວ, ດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ໝາຍຄວາມວ່າຄຸນສົມບັດນັ້ນແມ່ນຄວາມຮູ້
ສຶກຕື່ນຕົວກ່ຽວກັບອຸດົມການ, ຄວາມຊື່ສັດສຸດຈະລິດ, ຄວາມຈົງຮັກພັກດີຂອງພະນັກງານ, ສະມາຊິກພັກຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາ
ທິປະໄຕປະຊາຊົນ, ຮູ້ແຈ້ງໃຜເປັນມິດ, ໃຜເປັນສັດຕູ, ມີຄວາມຮັບຜິດຊອບສູງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຕັດສິນ
ໃຈເຮັດຫຼ້ອນໜ້າທີ່, ຕັ້ງໜ້າປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ, ມີມານະຈິດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຍອມເສຍສະຫລະເພື່ອປະເທດຊາດ,
ເດັດດ່ຽວຕໍ່ສູ້ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ຕ້ານການຍັກຍອກສໍ້ໂກງ, ສໍ້ລາດບັງຫຼວງຢ່າງຕັ້ງໜ້າຈິງຈັງ, ມີສະຕິຕໍ່ການຈັດຕັ້ງ, ລະ
ບຽບວິໄນຢ່າງເຂັ້ມງວດ, ມີການພົວພັນຢ່າງສະຫນິດແໜ້ນ ແລະ ກວ້າງຂວາງກັບມະຫາຊົນ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ດໍາລົງຊີວິດແບບປອດໃສຂາວ
ສະອາດ, ມີນໍ້າໃຈຮັກຊາດຮັກລະບອບໃໝ່. ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດແມ່ນການສ້າງໃຫ້ພະນັກງານ-ນັກຮົບມີຄວາມຕັ້ງໜ້າບໍ
ລິສຸດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນບັນດາເຜົ່າໃຫ້ນັບມື້ນັບສູງຂຶ້ນ ສະນັ້ນ, ມັນຈຶ່ງມີຄວາມສໍາຄັນທີ່ສຸດໃນການຝຶກ
ຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ສໍາລັບພະນັກງານ-ນັກຮົບ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ, ຖ້າຄົນທີ່ຂາດຄຸນສົມບັດ,
ຂາດສິນທໍາປະຕິວັດ, ຂາດຄວາມຈົງຮັກພັກດີ, ບໍ່ມີຄວາມ ຊື່ສັດ, ບໍ່ມີອຸດົມການທີ່ຖືກຕ້ອງແລ້ວເຖິງຈະມີຄວາມສາມາດສູງພຽງໃດກໍ່ຕາມ ຈະບໍ່
ມີຄຸນປະໂຫຍດຫຍັງ. ຄືດັ່ງປະທານໂຮຈິມິນ ເວົ້າວ່າ: " ໄມ້ຄົດເອົາໄວ້ເຮັດຂໍ, ເຫຼັກງໍເອົາໄວ້ເຮັດກ່ຽວ, ຄົນຄົດລ້ຽວບໍ່ມີໄດ້ປະໂຫຍດຫຍັງ".

ແຫຼ່ງຂ່າວໂດຍ ບາໄຊ ອິນສີຊຽງໃໝ່
ວັນທີ 17/10/2023